ກ້ອງ Pixel

2,8
506 ພັນ ຄຳຕິຊົມ
1+
ດາວໂຫຼດ
ປະເພດເນື້ອຫາ
PEGI 3
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

ບໍ່ພາດຊ່ວງເວລາສຳຄັນດ້ວຍກ້ອງ Pixel ທີ່ໄດ້ຮັບການອອກແບບໃໝ່ທັງໝົດ ຮວມທັງຖ່າຍຮູບພາບ ແລະ ວິດີໂອທີ່ມະຫັດສະຈັນດ້ວຍຄຸນສົມບັດຕ່າງໆ ເຊັ່ນ: ພອດເທຣດ, ໂໝດກາງຄືນ, ທາມແລບ ແລະ ການມົວແບບໜັງ.

ຖ່າຍຮູບອອກມາໄດ້ຢ່າງສວຍງາມ
• HDR+ ພ້ອມທັງການຄວບຄຸມຄ່າແສງ ແລະ ຄວາມສົມດຸນສີຂາວ - ຖ່າຍຮູບໄດ້ຢ່າງສວຍງາມດ້ວຍ HDR+, ໂດຍສະເພາະໃນສາກທີ່ມີແສງໜ້ອຍ ຫຼື ມີແສງຈາກທາງຫຼັງ.
• ໂໝດກາງຄືນ - ທ່ານຈະບໍ່ຕ້ອງການໃຊ້ແຟລດຂອງທ່ານອີກຕໍ່ໄປ. ໂໝດກາງຄືນຈະນຳເອົາລາຍລະອຽດ ແລະ ສີທີ່ສູນຫາຍໄປໃນຄວາມມືດອອກມາ. ນອກຈາກນີ້, ທ່ານຍັງສາມາດຖ່າຍຮູບທາງຊ້າງເຜືອກໄດ້ດ້ວຍໂໝດການຖ່າຍຮູບດວງດາວ ແລະ ວັດຖຸໃນອະວະກາດ!
• ຊູມແບບຄວາມລະອຽດສູງ - ຖ່າຍຮູບໄດ້ຄືຢູ່ໃນໄລຍະໃກ້ເຖິງວ່າຈະຢູ່ໄກ. ຄຸນສົມບັດຊູມແບບຄວາມລະອຽດສູງຊ່ວຍໃຫ້ຊູມຮູບຂອງທ່ນໄດ້ຢ່າງຄົມຊັດ.
• ການເປີດຮັບແສງດົນ - ເພີ່ມການມົວແບບສ້າງສັນໃນວັດຖຸທີ່ເຄື່ອນໄຫວໃນສາກ
• ແອັກຊັນແພນ - ເພີ່ມການມົວແບບສ້າງສັນໃຫ້ກັບພື້ນຫຼັງໂດຍທີ່ຍັງໂຟກັສວັດຖຸທີ່ເຄື່ອນໄຫວ
• ມາໂຄຣໂຟກັສ - ໃຫ້ສີສົດໃສ ແລະ ຄອນທຣາສທີ່ໂດດເດັ່ນ ເຖິງແມ່ນວ່າວັດຖຸຈະນ້ອຍທີ່ສຸດ

ຖ່າຍວິດີໂອໄດ້ຢ່າງສວຍງາມໃນທຸກໆການຖ່າຍ
• ບັນທຶກວິດີໂອຢ່າງລ່ຽນໄຫຼພ້ອມທັງຄວາມລະອຽດສູງ ແລະ ສຽງທີ່ຄົມຊັດ, ເຖິງແມ່ນວ່າຈະຢູ່ໃນສະຖານທີ່ທີ່ມີຄົນຫຼາຍ ແລະ ມີແສງໜ້ອຍ
• ການມົວແບບໜັງ - ສ້າງເອັບເຟັກໜັງດ້ວຍການມົວພື້ນຫຼັງວັດຖຸ
• ຊິເນແມຕິກແພນ - ເຮັດໃຫ້ການເຄື່ອນໄຫວແບບເລື່ອນຂອງໂທລະສັບຂອງທ່ານຊ້າລົງ
• ການຖ່າຍແບບຍາວ - ຖ່າຍວິດີໂອແບບງ່າຍໆ ແລະ ວ່ອງໄວໄດ້ພຽງກົດປຸ່ມຊັດເຕີຄ້າງໄວ້ເມື່ອຢູ່ໃນໂໝດເລີ່ມຕົ້ນຂອງຮູບພາບ

ຄຸນສົມບັດສຸດພິເສດຂອງ Pixel 8 Pro
• ຄວາມລະອຽດສູງ 50MP - ຖ່າຍຮູບພາບຄວາມລະອຽດສູງພ້ອມລາຍລະອຽດທີ່ຄົບຖ້ວນຍິ່ງຂຶ້ນ
• ການຄວບຄຸມແບບມືອາຊີບ - ຄວບຄຸມການສ້າງຜົນງານໄດ້ຫຼາຍຂຶ້ນດ້ວຍຄວາມສາມາດໃນການປັບສິ່ງຕ່າງໆ ເຊັ່ນ: ໂຟກັສ, ຄວາມໄວຊັດເຕີ ແລະ ອື່ນໆ

ຂໍ້ກຳນົດ - ກ້ອງ Pixel ເວີຊັນຫຼ້າສຸດໃຊ້ໄດ້ກັບອຸປະກອນ Pixel ທີ່ໃຊ້ Android 14 ຂຶ້ນໄປເທົ່ານັ້ນ. ກ້ອງ Pixel ເວີຊັນຫຼ້າສຸດສຳລັບ Wear OS ຈະໃຊ້ໄດ້ສະເພາະໃນອຸປະກອນ Wear OS 3 (ຂຶ້ນໄປ) ທີ່ເຊື່ອມຕໍ່ກັບໂທລະສັບ Pixel ເທົ່ານັ້ນ. ຄຸນສົມບັດບາງຢ່າງບໍ່ສາມາດໃຊ້ໄດ້ໃນບາງອຸປະກອນ.
ອັບເດດແລ້ວເມື່ອ
9 ຕ.ລ. 2025

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
ບໍ່ໄດ້ໄດ້ແບ່ງປັນຂໍ້ມູນກັບພາກສ່ວນທີສາມ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການແບ່ງປັນຂໍ້ມູນແນວໃດ
ບໍ່ໄດ້ເກັບກຳຂໍ້ມູນ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການເກັບກຳຂໍ້ມູນແນວໃດ

ການຈັດອັນດັບ ແລະ ຄຳຕິຊົມ

2,8
483 ພັນ ຄຳຕິຊົມ

ມີຫຍັງໃໝ່

• UI ໃໝ່ຂອງກ້ອງທີ່ຊ່ວຍນຳທາງໄປຫາໂໝດຮູບພາບ ແລະ ໂໝດວິດີໂອຕ່າງໆທັງໝົດໄດ້ງ່າຍຂຶ້ນ
• ການປັບປຸງໄຟລ໌ RAW ທີ່ຊ່ວຍເພີ່ມປະສິດທິພາບໃຫ້ກັບຂັ້ນຕອນການແຕ່ງຮູບ
• ການຄວບຄຸມແບບມືອາຊີບປົດລັອກການຕັ້ງຄ່າກ້ອງຂັ້ນສູງ ເຊັ່ນ: ຄວາມໄວຊັດເຕີ, ISO ແລະ ອື່ນໆ (ສະເພາະໃນ Pixel 8 Pro ເທົ່ານັ້ນ)
• ການຖ່າຍຮູບຄວາມລະອຽດສູງ 50MP ເພື່ອລາຍລະອຽດທີ່ຄົບຖ້ວນຍິ່ງຂຶ້ນ (ສະເພາະໃນ Pixel 8 Pro ເທົ່ານັ້ນ)
• ການແກ້ໄຂຂໍ້ຜິດພາດ ແລະ ການປັບປຸງທົ່ວໄປ